ຈໍາໜ່າຍຢາ, ອາຫານເສີມ ແລະ ອຸປະກອນການແພດ

ຮ້ານຂາຍຢາມືອາຊີບໃນ ເມືອງໄຊ

ແຜນທີ່ຕຳແໜ່ງຮ້ານ Centerpharmຕາສັນຍາລັກ Centerpharm
ພະນັກງານຮ້ານຂາຍຢາ Centerpharmສິ່ງແວດລ້ອມທີ່ເປັນມິດ
ພາບລວມທີ່ຕັ້ງຮ້ານບັນຍາກາດຜ່ອນຄາຍທີ່ຮ້ານ

Centerpharm ເນັ້ນໃຫ້ການບໍລິການດ້ານຢາ ແລະ ການໃຫ້ຄຳແນະນຳການໃຊ້ຢາຢ່າງຖືກຕ້ອງ ເພື່ອສົ່ງເສີມສຸຂະພາບຂອງຊຸມຊົນ ເມືອງໄຊ.

ບໍລິການຂອງພວກເຮົາ — ການດູແລສຸຂະພາບ ແລະ ການໃຊ້ຢາ

ພວກມີບໍລິການທີ່ຫຼາກຫຼາຍ ລວມມີ ການຈັດຊີ້ຢາ, ການປຶກສາການນໍາໃຊ້ຢາ ແລະ ການດູແລເບີງແຍງສຸຂະພາບ, ເພື່ອຊ່ວຍໃຫ້ທ່ານໃຊ້ຢາໄດ້ຢ່າງປອດໄພ ແລະມີສຸຂະພາບດີຂຶ້ນ.

  • ວັດຄວາມດັນເລືອດ

    ວັດຄວາມດັນເລືອດຟຣີ ພ້ອມໃຫ້ຄຳແນະນຳດ້ານສຸຂະພາບ ເພື່ອປ້ອງກັນພະຍາດຄວາມດັນເລືອດສູງ.

    ເບິ່ງລາຍລະອຽດ >
  • ຈ່າຍຢາ & ໃບສັ່ງຢາ

    Centerpharm ມີບໍລິການຈ່າຍຢາ ແລະອອກໃບສັ່ງຢາຢ່າງຖືກຕ້ອງ.

    ເບິ່ງລາຍລະອຽດ >
  • ຄຳແນະນຳການໃຊ້ຢາ

    Centerpharm ມີການໃຫ້ຄຳແນະນຳການໃຊ້ຢາຢ່າງຖືກຕ້ອງ ແລະປອດໄພ.

    ເບິ່ງລາຍລະອຽດ >
  • ອາຫານເສີມສຸຂະພາບ

    ຮ້ານ Centerpharm ຂາຍອາຫານເສີມສຸຂະພາບ ທີ່ມີຄຸນນະພາບ ແລະມາດຕະຖານ.

    ເບິ່ງລາຍລະອຽດ >
  • ຂາຍຢາ ລາຄາສົ່ງ

    ຮ້ານ Centerpharm ຂາຍຢາ ແລະອຸປະກອນການເເພດ ລາຄາສົ່ງ ພ້ອມບໍລິການຈັດສົ່ງທົ່ວປະເທດ.

    ເບິ່ງລາຍລະອຽດ >
  • ຄຳແນະນຳປ້ອງກັນ

    Centerpharm ມີຄຳແນະນຳສຸຂະພາບປ້ອງກັນ ເພື່ອສົ່ງເສີມສຸຂະພາບ.

    ເບິ່ງລາຍລະອຽດ >
  • ໂປຣໂມຊັ່ນລາຄາພິເສດ

    ຮ້ານ Centerpharm ມີໂປຣໂມຊັ່ນລາຄາພິເສດ ສຳລັບຢາ ແລະອຸປະກອນການເເພດ.

    ເບິ່ງລາຍລະອຽດ >
  • ຜະລິດຕະພັນສົ່ງເສີມສຸຂະພາບ

    Centerpharm ຈຳໜ່າຍຜະລິດຕະພັນສົ່ງເສີມສຸຂະພາບ ທີ່ມີຄຸນນະພາບ.

    ເບິ່ງລາຍລະອຽດ >
  • ສັ່ງຊື້ງ່າຍໆ

    ສັ່ງຊື້ສິນຄ້າງ່າຍໆ ຜ່ານລະບົບທີ່ທັນສະໄຫມ ແລະປອດໄພ.

    ເບິ່ງລາຍລະອຽດ >

ການດູແລສຸຂະພາບ ແລະການໃຊ້ຢາຢ່າງປອດໄພ

ການໃຊ້ຢາຢ່າງຖືກຕ້ອງແມ່ນສຳຄັນສໍາລັບການຮັກສາສຸຂະພາບ. ອ່ານຄໍາແນະນໍາການໃຊ້ຢາ ແລະປຶກສາຜູ້ຊ່ຽວຊານເມື່ອບໍ່ແນ່ໃຈ.
ການກວດຄວາມດັນເລືອດ ແລະນ້ຳຕານໃນເລຶອດຢ່າງສະໝໍ່າສະເໝີ ຈະຊ່ວຍໃນການປ້ອງກັນພະຍາດ.
ອາຫານເສີມຄວນໃຊ້ຕາມຄຳແນະນຳ .ການເກັບຮັກສາຢາໃຫ້ຖືກວິທີ (ອຸນຫະພູມ, ແສງ, ຄວາມຊື້ນ) ຊ່ວຍຮັກສາປະສິດທິພາບ.
ການໃຊ້ຢາເກີນຂະຫນາດ ຫຼື ບໍ່ສະໝໍ່າເໝີ ອາດສົ່ງຜົນເສຍ ເຊິ່ງຄວນຫຼີກລ້ຽງດ້ວຍການປຶກສາພະນັກງານຮ້ານຂາຍຢາ.

ຮ້ານຂາຍຢາ Centerpharm

ການຈໍາໜ່າຍຢາ ແລະອຸປະກອນການແພດທີ່ທັນສະໄໝ

ຮ້ານຂາຍຢາ Centerpharm ເຊັນເຕີ ການຢາ ໃນ ເມືອງໄຊ, ອຸດົມໄຊ ແມ່ນຮ້ານຂາຍຢາທີ່ທັນສະໄໝ ສະຫນອງການບໍລິການດ້ານສຸຂະພາບທີ່ເຊື່ອຖືໄດ້. ທີມງານຂອງພວກເຮົາປະກອບດ້ວຍຜູ້ຊ່ຽວຊານດ້ານຢາທີ່ມີປະສົບການ ເພື່ອຮັບປະກັນຄຸນນະພາບທີ່ສູງສຸດໃນການບໍລິການດ້ານຢາ, ການໃຫ້ຄໍາປຶກສາດ້ານສຸຂະພາບ, ແລະການສະຫນອງອຸປະກອນທາງການແພດທີ່ເຕັມໄປດ້ວຍມາດຕະຖານສາກົນ.

ພວກເຮົາສະຫນອງຢາປິ່ນປົວຕ່າງໆ ນັບຕັ້ງແຕ່ຢາທົ່ວໄປເຖິງຢາທີ່ໃຊ້ເຂົ້າໃນການປ້ອງກັນ ເຊັ່ນ: ວັກຊີນ, ວິຕາມິນ, ຢາແກ້ປວດ, ແລະຢາສໍາລັບບັນຫາສຸຂະພາບຊໍາເຮື້ອ. ນອກຈາກນີ້, ຮ້ານຂາຍຢາຂອງພວກເຮົາຍັງມີອຸປະກອນທາງການແພດຫຼາຍຊະນິດ ເຊັ່ນ: ເຄື່ອງວັດແທກຄວາມດັນເລືອດ, ວັດລະດັບນ້ຳຕານ, ອັດຕາການເຕັ້ນຂອງຫົວໃຈ, ແລະອື່ນໆ ເພື່ອຮັບປະກັນສຸຂະພາບຂອງທ່ານ.

ກວດເບິ່ງບໍລິການຂອງພວກເຮົາ
ຮ້ານຂາຍຢາ Centerpharm ພາຍໃນຊັນຢາໃນຮ້ານຂາຍຢາ
ຄໍາແນະນໍາດ້ານສຸຂະພາບບໍລິການສໍາລັບສຸຂະພາບ

ການຂາຍສົ່ງ ຢາ ແລະອຸປະກອນການແພດ

ຮ້ານຂາຍຢາ ເຊັນເຕີ ການຢາ ມີບໍລີການຂາຍສົ່ງ ຢາແລະຜະລິດຕະພັນການແພດ ທີ່ມີຄຸນນະພາບສູງ. ເຮົາມີຢາປິ່ນປົວ, ວິຕາມິນ, ແລະອຸປະກອນການແພດ ໃຫ້ກັບການຢາ, ບຸກຄະລາກອນແພດ ມີຄວາມໜ້າເຊື່ອຖືໄດ້ ເນື່ອງຈາກພວກເຮົາມີປະສົບການ ໃນການສະຫນອງໃຫ້ກັບບຸກຄະລາກອນແພດ, ມີລະບົບຕົວແທນເຕັມໄປດ້ວຍມາດຕະຖານສາກົນ, ແລະໃນລາຄາທີ່ເໝາະສົມ. ພວກເຮົາມຸ່ງໝັ້ນທີ່ຈະສະໜອງບໍລິການດ້ານສຸຂະພາບທີ່ຮັບປະກັນຄວາມເຄົາລົບ, ຄວາມສະດວກສະບາຍ, ແລະບໍລິການສົ່ງຢາໃນ ເມືອງໄຊ, ອຸດົມໄຊ.

ຕິດຕໍ່ຫາພວກເຮົາຜ່ານ WhatsAppຕິດຕໍ່ຫາພວກເຮົາ

ຄຳແນະນຳສຸຂະພາບ ແລະ ຢາ

  • ຢາສໍາຫຼັບແມ່ຍິງຖືພາ-ແມ່ໃຫ້ນົມລູກ - ຄຳແນະນຳທີ່ປອດໄພ

    ຢາສໍາຫຼັບແມ່ຍິງຖືພາ-ແມ່ໃຫ້ນົມລູກ ຕ້ອງລະມັດລະວັງ. ຖາມຜູ້ຊ່ຽວຊານທຸກຄັ້ງ.

    ເບິ່ງລາຍລະອຽດ >
  • ດູແລສຸຂະພາບຜູ້ສູງອາຍຸ – ໃຊ້ຢາໃຫ້ປອດໄພ

    ຜູ້ສູງອາຍຸມັກກິນຢາຫຼາຍຊະນິດ. ປ້ອງກັນອັນຕະລາຍ ແລະຊ່ວຍໃຫ້ຊີວິດດີຂຶ້ນ.

    ເບິ່ງລາຍລະອຽດ >
  • ໃຫ້ຢາເດັກຢ່າງປອດໄພ

    ການໃຫ້ຢາເດັກຕ້ອງຖືກຕ້ອງ ແລະປອດໄພ.

    ເບິ່ງລາຍລະອຽດ >
  • ການໃຊ້ຢາຕ້ານເຊື້ອແບບງ່າຍ ແລະປອດໄພ

    ຢາຕ້ານເຊື້ອໃຊ້ເມື່ອເປັນເຊື້ອແບັກທີເຣັຍ ບໍ່ໃຊ້ຮັກສາໄຂ້ຫວັດ. ກິນໃຫ້ຄົບ ແລະຕາມຄຳສັ່ງແພດ ເພື່ອຄວາມປອດໄພ.

    ເບິ່ງລາຍລະອຽດ >
  • ການໃຊ້ວິຕາມິນໃຫ້ງ່າຍ ແລະຖືກຕ້ອງ

    ກິນວິຕາມິນເທົ່າທີ່ຈຳເປັນ ຄູ່ກັບອາຫານທີ່ດີ. ຂໍປຶກສາກ່ອນຖ້າມີພະຍາດປະຈໍາຕົວ.

    ເບິ່ງລາຍລະອຽດ >
  • ບັນເທົາອາການປວດ – ເລືອກຢາໃຫ້ຖືກ

    ຢາແກ້ປວດແຕ່ລະຊະນິດມີຂໍ້ດີ-ຂໍ້ຄວນລະວັງ. ເລືອກໃຫ້ເໝາະກັບອາການ ແລະໃຊ້ໃຫ້ຖືກ.

    ເບິ່ງລາຍລະອຽດ >
Centerpharm ບໍລິການຮ້ານຢາໃນເຂດມືອງໄຊ

ບໍລິການຮ້ານຢາໃນເຂດມືອງໄຊ

Centerpharm ສະໜອງການບໍລິການດ້ານຢາ, ອາຫານເສີມ ແລະອຸປະກອນການແພດ ໃຫ້ກັບລູກຄ້າໃນເຂດເມືອງໄຊ ແລະພື້ນທີ່ໃກ້ຄຽງ. ດ້ານລຸ່ມນີ້ແມ່ນເຂດທີ່ພວກເຮົາໃຫ້ບໍລິການ: