ພ.ກ ສັນທະນາ
ຜູ້ກໍ່ຕັ້ງ/ເຈົ້າຂອງຮ້ານ
ພ.ກ ສັນທະນາ ມະນີວັນ ໄດ້ຈົບການສຶກສາ ສາຍ - ການຢາ ປະລິນຍາຕີ ຈາກມະຫາວິທະຍາໄລ ວິທະຍາສາດ ສຸຂະພາບ ໃນປີ 2012 ແລະປະລິນຍາໂທ ຈາກມະຫາໄລມະຫິດົນ ປະເທດໄທ ແລະໄດ້ມີບົດບາດສຳຄັນໃນການເຮັດວຽກຮ່ວມກັບໂຮງໝໍພາຍໃນແຂວງອຸດົມໄຊ ໃນໄລຍະຜ່ານມາ ແລະໃນຖານະເຈົ້າຂອງຮ້ານ, ເພສັດສະກອນປະຈຳຮ້ານຂາຍຢາ ເຊິ່ງມີຄວາມໂດດເດັ່ນໃນດ້ານການບໍລິການປະຈຳຮ້ານຂາຍຢາ ເຮັດໃຫ້ປະຊາຊົນທີ່ມາຮັບບໍລິການໄດ້ຮັບປະໂຫຍດສູງສຸດໃນການຮັກສາ ແລະຄໍາແນະນໍາໃນການເບິ່ງແຍງສຸຂະພາບ
ເພີ່ມເຕີມ