ພ.ກ ສັນທະນາ

ພ.ກ ສັນທະນາ

ຜູ້ກໍ່ຕັ້ງ/ເຈົ້າຂອງຮ້ານ

ການສຶກສາ ແລະປະສົບການ

ພ.ກ ສັນທະນາ ມະນີວັນ ໄດ້ຈົບການສຶກສາ ສາຍການຢາ ປະລິນຍາຕີ ຈາກມະຫາວິທະຍາໄລ ວິທະຍາສາດ ສຸຂະພາບ ໃນປີ 2012, ເຊິ່ງເປັນມະຫາວິທະຍາໄລອັນດັບຕົ້ນໆໃນການສຶກສາດ້ານສຸຂະພາບໃນ ສປປ ລາວ. ຫຼັງຈາກນັ້ນ, ທ່ານໄດ້ສືບຕໍ່ການສຶກສາປະລິນຍາໂທ ດ້ານການຮັກສາສຸຂະພາບຂັ້ນຕົ້ນ ແລະການຈັດການສາທາລະນະສຸກຂັ້ນພື້ນຖານ ຈາກມະຫາໄລມະຫິດົນ ປະເທດໄທ, ເຊິ່ງຊ່ວຍເສີມຄວາມຮູ້ຄວາມສາມຂອງທ່ານໃນການຈັດການດ້ານຢາ ແລະການບໍລິການສຸຂະພາບທີ່ທັນສະໄໝ.

ທ່ານມີປະສົບການດ້ານວິຊາການຫຼາຍປີ ໃນການເຮັດວຽກຮ່ວມກັບໂຮງໝໍພາຍໃນແຂວງອຸດົມໄຊ, ເຊິ່ງທ່ານໄດ້ມີບົດບາດສຳຄັນໃນການບໍລິຫານດ້ານຢາ ແລະການບໍລິການ ປະຈຳຮ້ານຂາຍຢາ. ໃນໄລຍະຜ່ານມາ, ທ່ານໄດ້ປະກອບສ່ວນຂອງຕົນເອງໃນການປັບປຸງລະບົບສຸຂະພາບທ້ອງຖິ່ນ, ໂດຍສະເພາະການໃຫ້ຄໍາແນະນໍາກ່ຽວກັບສຸຂະພາບໃຫ້ກັບພໍ່ແມ່ປະຊາຊົນໃນເຂດເມືອງໄຊ.

ບົດບາດໃນຖານະເຈົ້າຂອງຮ້ານຂາຍຢາ

ໃນຖານະເຈົ້າຂອງຮ້ານຂາຍຢາ Centerpharm ເຊັນເຕີ ການຢາ, ພ.ກ ສັນທະນາ ມະນີວັນ ໄດ້ພັດທະນາບໍລິການໃຫ້ມີຄວາມໂດດເດັ່ນໃນດ້ານການບໍລິການ ປະຈຳຮ້ານຂາຍຢາ. ທ່ານໄດ້ເນັ້ນໜັກໂດຍສະເພາະການຮັກສາຄວາມປອດໄພໃນການນໍາໃຊ້ຢາຂອງຜູ້ມາຮັບບໍລິການ, ການໃຫ້ຄໍາແນະນໍາທີ່ຖືກຕ້ອງສໍາລັບການເບິ່ງແຍງຮັກສາສຸຂະພາບ, ການສະຫນອງຢາທີ່ມີຄຸນນະພາບ ແລະລາຄາເໝາະສົມ. ຜ່ານປະສົບການຂອງທ່ານ, ຮ້ານ Centerpharm ເຊັນເຕີ ການຢາ ໄດ້ຮັບການໄວ້ວາງໃຈ ແລະຄໍາຊື່ນຊົມຈາກຜູ້ມາຮັບບໍລິການ, ສາມາດເວົ້າໄດ້ວ່າ ເປັນສ່ວນໜຶ່ງທີ່ຊ່ວຍເສີມສ້າງສຸຂະພາບ ແລະຫຼຸດຜ່ອນບັນຫາສຸຂະພາບທີ່ສາມາດປ້ອງກັນໄດ້.

ເປົ້າໝາຍໃນການບໍລິການ

ພ.ກ ສັນທະນາ ມີຄວາມມຸ່ງຫັວງທີ່ຈະຮັກສາມາດຕະຖານສູງໃນການບໍລິການ, ໂດຍສະເພາະໃນການໃຫ້ຄໍາແນະນໍາທີ່ມີຄວາມຖືກຕ້ອງ ແລະປະສົບການໃນການຈັດການດ້ານຢາ. ທໂດຍອີງຈາກຄວາມຮູ້ ແລະປະສົບການທີ່ຜ່ານມາ ເຊິ່ງຊ່ວຍໃຫ້ທ່ານສາມາດຕອບສະໜອງຕໍ່ຄວາມຕ້ອງການຂອງຜູ້ມາຮັບບໍລິການໄດ້ດີທີ່ສຸດ. ດ້ວຍຄວາມມຸ່ງຫັວງນີ້, Centerpharm ເຊັນເຕີ ການຢາ ໄດ້ກາຍເປັນສ່ວນໜຶ່ງທີ່ສຳຄັນໃນຊຸມຊົນເຂດໄຊ, ເຊິ່ງສະຫນອງການບໍລິການທີ່ມີຄວາມປອດໄພ, ເຊື່ອຖືໄດ້ ແລະລາຄາເໝາະສົມ